Why-Organic?

💎ລູກຂອງທ່ານເປັນສິ່ງທີ່ມີຄ່າທີ່ສຸດແລະເຮົາມີໂອກາດທີ່ຈະປົກປ້ອງພວກເຂົາຈາກສິ່ງອັນຕະລາຍຕ່າງໆໂດຍການຫຼຸດປະລິມານສານພິດທີ່ພວກເຂົາຮັບເຂົ້າໄປໃນຮ່າງກາຍໄດ້ ອາຫານປອດສານຜິດສາມາດຊ່ວຍໃຫ້ເຮົາລ້ຽງລູກໃຫ້ມີສຸຂະພາບທີ່ດີແລະເປັນເດັກນ້ອຍທີ່ແຂງແຮງໄດ້ ທັງນີ້, ອາຫານປອດສານພິດອາດຈະແພງກວ່າອາຫານທົ່ວໄປເລັກນ້ອຍ ແຕ່ກໍມີຄຸນຄ່າສຳລັບທ່ານແລະຄອບຄົວຂອງທ່ານຢ່າງຫຼວງຫຼາຍ.


✅✅ເປັນຫຍັງເດັກນ້ອຍຈຶ່ງຄວນກິນອາຫານປອດສານພິດ ?
ເນື່ອງຈາກເດັກນ້ອຍກຳລັງພັດທະນາອະໄວຍະວະຂອງຮ່າງກາຍເພື່ອໃຊ້ໄປຕະຫຼອດຊີວິດຂອງເຂົາ ເນື່ອງຈາກພວກເຂົາມີຂະໜາດຮ່າງກາຍທີ່ນ້ອຍກວ່າ ມີລະບົບເຜົາຜານພະລັງງານ ແລະ ລະບົບອື່ນໆທີ່ເຕີບໂຕຢ່າງວ່ອງໄວ ແລະ ມີອາຫານໃຫ້ເລືອກໜ້ອຍກວ່າຜູ້ໃຫຍ່. ດັ່ງນັ້ນ, ເດັກນ້ອຍຈຶ່ງມີຄວາມອ່ອນແອກວ່າ ແລະ ສາມາດຖືກທຳລາຍຈາກອາຫານແລະສິ່ງແວດລ້ອມໄດ້ງ່າຍເມື່ອທຽບກັບຜູ້ໃຫຍ່.
ໃນປີ 1993 ສະພາສະລັດອາເມຣິກາໄດ້ມອບອໍານາດໃຫ້ທາງສະຖາບັນການສຶກສາວິທະຍາສາດ ເພື່ອສຶກສາ ແລະ ສະແດງວິທີທີ່ຈະປະເມີນໃຫ້ເຫັນວ່າສານພິດກໍ່ໃຫ້ເດັກນ້ອຍມີບັນຫາສຸຂະພາບໄດ້ ແລະ ເມື່ອບໍ່ດົນມານີ້ ທາງສະພາຜູ້ບໍລິໂພກ ແລະ ກຸ່ມຜູ້ຄຸ້ມຄອງສະພາບແວດລ້ອມໃນການເຮັດວຽກ ໄດ້ເປີດເຜີຍງານວິໄຈທີ່ຍືນຍັນໃຫ້ເຫັນວ່າເດັກນ້ອຍໄດ້ຮັບສານພິດຫຼາຍເກີນໄປທັ້ງໆທີ່ສານພິດນັ້ນຢູ່ໃນເກນທີ່ກຳນົດຕາມມາດຕະຖານຂອງກົດໝາຍ ເຊິ່ງໝາຍຄວາມວ່າເດັກນ້ອຍມີຄວາມສ່ຽງທີ່ຈະໄດ້ຮັບສານພິດຫຼາຍກວ່າຜູ້ໃຫຍ່. ຈາກຜົນງານວິໄຈດັ່ງກ່າວຈຶ່ງເຫັນວ່າເດັກນ້ອຍຄວນໄດ້ຮັບການເອົາໃຈໃສ່ເລື່ອງອາຫານເປັນພິເສດ ດັ່ງນັ້ນອາຫານປອດສານພິດຈຶ່ງເປັນທາງເລືອກທີ່ດີທີ່ສຸດສຳລັບລູກນ້ອຍ ເພື່ອໃຫ້ພວກເຂົາເຕີບໃຫຍ່ດ້ວຍສຸຂະພາບທີ່ສົມບູນ ແລະ ມີອານາຄົດທີ່ສົດໃສ.